Biblica® Open Lao Contemporary Version
ເອສະເທີ 8
ຄຳສັ່ງຂອງກະສັດເພື່ອຊາວຢິວ
ໃນມື້ດຽວກັນນັ້ນ ກະສັດເຊເຊັດໄດ້ມອບຊັບສົມບັດຂອງຮາມານ ເຊິ່ງເປັນສັດຕູຂອງຊາວຢິວໃຫ້ແກ່ລາຊີນີເອສະເທີ. ແລ້ວມໍເດໄກກໍໄດ້ເຂົ້າມາພົບກະສັດ ເພາະເອສະເທີໄດ້ບອກວ່າມໍເດໄກກ່ຽວຂ້ອງກັບນາງຢ່າງໃດ. ກະສັດຈຶ່ງໄດ້ຖອດແຫວນຕາປະທັບຂອງເພິ່ນອອກ ເຊິ່ງເພິ່ນໄດ້ຢຶດເອົາຄືນມາຈາກຮາມານ ແລະ ໄດ້ມອບແຫວນນັ້ນໃຫ້ແກ່ມໍເດໄກ. ແລ້ວເອສະເທີກໍໄດ້ແຕ່ງຕັ້ງລາວໃຫ້ຮັບຜິດຊອບຊັບສົມບັດຂອງຮາມານ.
ເອສະເທີມາເຂົ້າພົບກະສັດອີກຄັ້ງໜຶ່ງ ໂດຍກາບລົງທີ່ຕີນຂອງເພິ່ນ ແລະ ຮ້ອງໄຫ້. ນາງໄດ້ຂໍຮ້ອງເພິ່ນໃຫ້ຢຸດຕິແຜນການອັນຊົ່ວຮ້າຍຕໍ່ຊາວຢິວຂອງຮາມານຊາວອາກັກ, ເຊິ່ງລາວໄດ້ວາງໄວ້ເພື່ອຕໍ່ສູ້ຊາວຢິວ. ກະສັດໄດ້ຍື່ນໄມ້ຄາທາຄຳໃສ່ເອສະເທີ ແລະ ນາງຈຶ່ງລຸກຂຶ້ນ ແລະ ຢືນຢູ່ຕໍ່ໜ້າເພິ່ນ.
ນາງໄດ້ເວົ້າວ່າ, “ຂ້າແດ່ກະສັດ, ຖ້າເປັນທີ່ພໍໃຈຂອງທ່ານ ແລະ ຖ້າທ່ານພໍໃຈໃນຂ້ານ້ອຍ ແລະ ຄິດເຫັນສົມຄວນທີ່ຈະກະທຳສິ່ງນີ້ ແລະ ຖ້າທ່ານພໍໃຈໃນຂ້ານ້ອຍ, ກໍຂໍໃຫ້ຂຽນຄຳສັ່ງອອກໄປລຶບລ້າງຄຳສັ່ງຂອງຮາມານ ລູກຊາຍຂອງຮາມເມດາທາຊາວອາກັກ ເຊິ່ງໄດ້ວາງແຜນ ແລະ ຂຽນຂຶ້ນເພື່ອທຳລາຍຊາວຢິວໃນທຸກແຂວງຂອງກະສັດ. ເພາະຂ້ານ້ອຍຈະທົນເບິ່ງຄວາມຈິບຫາຍທີ່ຕົກໃສ່ພີ່ນ້ອງຮ່ວມຊາດຂອງຂ້ານ້ອຍໄດ້ຢ່າງໃດ? ແລະ ຂ້ານ້ອຍຈະທົນເບິ່ງຄວາມພິນາດຂອງຄອບຄົວຂອງຂ້ານ້ອຍໄດ້ຢ່າງໃດ?”
ກະສັດເຊເຊັດໄດ້ຕອບລາຊີນີເອສະເທີ ແລະ ມໍເດໄກຄົນຢິວວ່າ, “ເຮົາໄດ້ມອບຊັບສົມບັດຂອງລາວໃຫ້ເອສະເທີແລ້ວ ແລະ ພວກເຂົາກໍໄດ້ແຂວນລາວໄວ້ຢູ່ເທິງເສົາໄມ້ທີ່ໄດ້ລາວຕັ້ງໄວ້ນັ້ນ ເພາະຮາມານໄດ້ໂຈມຕີຊາວຢິວ. ບັດນີ້ ຈົ່ງຂຽນດຳລັດອີກສະບັບໜຶ່ງສຳລັບຊາວຢິວທັງໝົດຕາມທີ່ເຈົ້າເຫັນດີທີ່ສຸດ ແລະ ລົງນາມຂອງເຮົາ ແລ້ວປະທັບຕາດ້ວຍແຫວນກາຂອງກະສັດ ເພາະບໍ່ມີເອກະສານໃດທີ່ລົງນາມຂອງກະສັດ ແລະ ປະທັບຕາດ້ວຍແຫວນຂອງກະສັດແລ້ວຈະສາມາດຍົກເລີກໄດ້”.
ບັນດາເລຂາທິການຂອງກະສັດກໍຖືກເອີ້ນໃຫ້ເຂົ້າມາທັນທີໃນວັນທີຊາວສາມຂອງເດືອນທີສາມ ເຊິ່ງເປັນເດືອນຊີວານ. ພວກເຂົາໄດ້ຂຽນຄຳສັ່ງທັງໝົດຂອງມໍເດໄກໄປເຖິງຊາວຢິວ ແລະ ໄປເຖິງບັນດາເຈົ້າໜ້າທີ່, ຜູ້ວ່າການ ແລະ ບັນດາຂຸນນາງທັງໝົດຂອງ 127 ແຂວງ ຈາກອິນເດຍຈົນໄປເຖິງກູເຊ.1 ຄໍາສັ່ງເຫລົ່ານີ້ໄດ້ຂຽນເປັນພາສາຕ່າງໆຂອງແຕ່ລະແຂວງ ແລະ ເປັນພາສາຂອງແຕ່ລະຄົນ ແລະ ຍັງໄປເຖິງຊາວຢິວເປັນຄໍາເວົ້າ ແລະ ພາສາຂອງພວກເຂົາເອງ. ມໍເດໄກໄດ້ຂຽນຂໍ້ຄວາມລົງນາມຂອງກະສັດເຊເຊັດ, ປະທັບຕາດ້ວຍແຫວນກາຂອງກະສັດ ແລະ ໃຫ້ຜູ້ສົ່ງຂ່າວຂີ່ມ້າໂຕໄວທີ່ສຸດທີ່ລ້ຽງໄວ້ສໍາລັບກະສັດໂດຍສະເພາະຖືຈົດໝາຍເຫລົ່ານັ້ນໄປ.
ຄໍາປະກາດຂອງກະສັດໄດ້ອະນຸຍາດໃຫ້ຊາວຢິວທີ່ຢູ່ໃນທຸກແຂວງມີສິດເຕົ້າໂຮມກັນ ແລະ ປົກປ້ອງຕົນເອງ; ມີສິດທໍາລາຍ, ຂ້າ ແລະ ກອງທະຫານຖືອາວຸດມາຈາກຊົນຊາດໃດ ຫລື ແຂວງໃດກໍຕາມທີ່ຈະມາໂຈມຕີພວກເຂົາ, ແມ່ຍິງ ແລະ ລູກຫລານຂອງພວກເຂົາ ແລະ ສາມາດຢຶດເອົາຊັບສົມບັດຂອງບັນດາສັດຕູຂອງຕົນໄດ້. ມື້ທີ່ໄດ້ກຳນົດໄວ້ສຳລັບຂ້າຊາວຢິວໃນທຸກແຂວງຂອງກະສັດເຊເຊັດ ຄືໃນວັນທີສິບສາມຂອງເດືອນທີສິບສອງ ເຊິ່ງເປັນເດືອນອາດາກ. ຈົ່ງອັດສໍາເນົາຂໍ້ຄວາມຂອງຄໍາປະກາດອອກເປັນກົດໝາຍໃນທຸກໆແຂວງ ແລະ ປະກາດໃຫ້ແກ່ປະຊາຊົນທຸກຊົນຊາດໄດ້ຮັບຮູ້ ເພື່ອຊາວຢິວຈະໄດ້ຕຽມພ້ອມສຳລັບການແກ້ແຄ້ນສັດຕູຂອງພວກເຂົາໃນວັນນັ້ນ.
ພວກຜູ້ສົ່ງຂ່າວໄດ້ຂີ່ມ້າຂອງກະສັດອອກໄປ, ຕາມຄຳສັ່ງຂອງກະສັດ ແລະ ຄໍາປະກາດກໍໄດ້ຖືກແຈ້ງອອກໃນປ້ອມປ້ອງກັນຂອງເມືອງຊູຊາ.
ໄຊຊະນະຂອງຊາວຢິວ
ເມື່ອມໍເດໄກອອກມາຈາກວັງຂອງກະສັດແລ້ວ, ລາວໄດ້ນຸ່ງເຄື່ອງຍົດສີຟ້າ ແລະ ສີຂາວ, ພ້ອມທັງສວມມົງກຸດຄຳ ແລະ ເສື້ອຄຸມຜ້າລິນິນເນື້ອລະອຽດສີມ່ວງ. ແລ້ວຊາວເມືອງຊູຊາກໍໄດ້ຈັດງານລ້ຽງສະຫລອງດ້ວຍຄວາມຊື່ນຊົມຍິນດີ. ເພາະນີ້ເປັນເວລາແຫ່ງຄວາມສຸກ ແລະ ຊື່ນຊົມຍິນດີ, ເປັນເວລາແຫ່ງຄວາມດີໃຈ ແລະ ມີກຽດຂອງຊາວຢິວ. ເມື່ອຄຳປະກາດຂອງກະສັດໄດ້ອອກໄປທຸກແຂວງ ແລະ ທຸກເມືອງແລ້ວ, ກໍເກີດມີຄວາມຊື່ນຊົມຍິນດີ ແລະ ຄວາມດີໃຈໃນທ່າມກາງຊາວຢິວ, ພ້ອມທັງກິນລ້ຽງ ແລະ ສະຫລອງ. ແລ້ວກໍມີຫລາຍຄົນໃນຊົນຊາດອື່ນໆອີກທີ່ເຂົ້າມາເປັນພວກຢິວ ເພາະຢ້ານຊາວຢິວຢຶດຄອງພວກເຂົາ.
Source notes (1)
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.