Biblica® Open Lao Contemporary Version
ດານີເອນ 7
ຄວາມຝັນຂອງດານີເອນກ່ຽວກັບສັດສີ່ໂຕ
ໃນປີທຳອິດຂອງການປົກຄອງຂອງເບັນຊັດຊາເຣ ກະສັດແຫ່ງບາບີໂລນ, ດານີເອນໄດ້ຝັນ ແລະ ເຫັນນິມິດຂະນະທີ່ເພິ່ນກໍາລັງນອນຫລັບຢູ່. ເພິ່ນໄດ້ບັນທຶກຄວາມຝັນນັ້ນໄວ້.
ດານີເອນໄດ້ເວົ້າວ່າ: “ໃນນິມິດຂອງຂ້າພະເຈົ້າໃນຄືນນັ້ນ ຂ້າພະເຈົ້າໄດ້ແນມໄປ, ຢູ່ທາງດ້ານໜ້າຂ້າພະເຈົ້າມີລົມສີ່ທິດຈາກຟ້າສະຫວັນກໍາລັງພັດກະໜ່ຳເຮັດໃຫ້ທະເລໃຫຍ່ປັ່ນປ່ວນ. ແລ້ວສັດໃຫຍ່ສີ່ໂຕກໍໂຜ່ຂຶ້ນມາຈາກທະເລ ສັດແຕ່ລະໂຕມີລັກສະນະບໍ່ຄືກັນ.
“ໂຕທຳອິດແມ່ນຄ້າຍຄືກັບໂຕສິງ ແລະ ມີປີກເໝືອນນົກອິນຊີ. ຂ້າພະເຈົ້າໄດ້ເຝົ້າເບິ່ງຈົນເຫັນປີກຂອງມັນກໍຖືກຈີກອອກ ແລະ ມັນຖືກຍົກຂຶ້ນມາຈາກພື້ນເພື່ອໃຫ້ມັນຢືນດ້ວຍສອງຂາຄືກັບມະນຸດ, ແລ້ວມັນກໍໄດ້ຮັບຈິດໃຈຄືກັບມະນຸດ.
“ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີສັດໂຕທີສອງ, ເຊິ່ງເບິ່ງຄ້າຍຄືໝີ. ມັນໂຜ່ຂຶ້ນມາທາງຂ້າງ. ປາກມັນຄາບກະດູກສາມຊີກໄວ້ ມີຜູ້ບອກມັນວ່າ, ‘ຈົ່ງລຸກຂຶ້ນ ແລະ ກິນຊີ້ນນັ້ນໃຫ້ອິ່ມ!’
“ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ແນມໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີສັດອີກໂຕໜຶ່ງ, ສັດໂຕນັ້ນເບິ່ງຄືກັບເສືອດາວ ແລະ ຢູ່ທີ່ຫລັງຂອງມັນມີສີ່ປີກຄ້າຍຄືກັບປີກນົກ. ສັດໂຕນີ້ມີສີ່ຫົວ ແລະ ມັນໄດ້ຮັບອຳນາດໃຫ້ປົກຄອງ.
“ຫລັງຈາກນັ້ນ ໃນນິມິດຂອງຂ້າພະເຈົ້າໃນຄືນນັ້ນ ຂ້າພະເຈົ້າໄດ້ແນມໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີສັດໂຕທີສີ່ ເຊິ່ງເປັນຕາຢ້ານ ແລະ ໂຫດຮ້າຍ ແລະ ມີລິດອຳນາດຫລາຍ. ມັນມີແຂ້ວເຫລັກເຫລັ້ມໃຫຍ່; ມັນຫຍ້ຳເຫຍື່ອຂອງມັນ ແລະ ກືນກິນເຫຍື່ອຂອງມັນ ແລ້ວຢຽບຢໍ່າສ່ວນອື່ນໆທີ່ເຫລືອ. ສັດໂຕນີ້ແຕກຕ່າງຈາກສັດໂຕອື່ນໆ ແລະ ມັນມີເຂົາສິບເຂົາ.
“ໃນຂະນະທີ່ຂ້າພະເຈົ້າກຳລັງຄິດເລື່ອງເຂົາຕ່າງໆຢູ່ນັ້ນ, ຢູ່ຕໍ່ໜ້າຂ້າພະເຈົ້າກໍມີເຂົານ້ອຍໆອີກອັນໜຶ່ງ, ເຊິ່ງໂຜ່ຂຶ້ນມາທ່າມກາງເຂົາອື່ນໆ; ແລ້ວເຮັດໃຫ້ສາມເຂົາທຳອິດນັ້ນຖືກຖອນອອກໄປ. ເຂົານ້ອຍນີ້ມີຕາຄືກັບຕາຂອງມະນຸດ ແລະ ມີປາກເວົ້າທີ່ເວົ້າໂອ້ອວດ.
“ໃນຂະນະທີ່ຂ້າພະເຈົ້າແນມເບິ່ງ ຂ້າພະເຈົ້າກໍເຫັນ,
“ບັນລັງຕ່າງໆຈັດຕັ້ງໄວ້ແລ້ວ,
ແລະ ອົງຜູ້ດຳລົງຢູ່ຕັ້ງແຕ່ດຶກດຳບັນນັ່ງຢູ່ທີ່ບັນລັງຂອງພຣະອົງ.
ເຄື່ອງນຸ່ງຂອງພຣະອົງຂາວເໝືອນດັ່ງຫິມະ;
ຜົມທີ່ຢູ່ເທິງຫົວຂອງພຣະອົງກໍຂາວເໝືອນດັ່ງຂົນແກະ.
ບັນລັງຂອງພຣະອົງກໍມີແປວໄຟລຸກຢູ່,
ແລະ ຢູ່ທີ່ກົງລໍ້ກໍເປັນໄຟລຸກຢູ່.
ແມ່ນ້ຳໄຟກຳລັງໄຫລ,
ມາຈາກເບື້ອງໜ້າຂອງພຣະອົງ.
ຜູ້ຮັບໃຊ້1ເປັນລ້ານຄອຍຖ້າບົວລະບັດພຣະອົງ;
ມີຄົນຫລາຍລ້ານໄດ້ຢືນຢູ່ຕໍ່ໜ້າພຣະອົງ.
ການພິຈາລະນາຄະດີກໍໄດ້ເລີ່ມຂຶ້ນ,
ແລະ ໜັງສືເຫລັ້ມຕ່າງໆກໍຖືກເປີດອອກ.
“ແລ້ວຂ້າພະເຈົ້າກໍໄດ້ເຝົ້າເບິ່ງຕໍ່ໄປ ເພາະຄຳໂອ້ອວດຂອງເຂົານ້ອຍໆນັ້ນກໍາລັງເວົ້າຢູ່. ຂ້າພະເຈົ້າຍັງເຝົ້າເບິ່ງຈົນສັດນັ້ນຖືກຂ້າ ແລະ ຊາກສົບຂອງມັນຖືກທຳລາຍ ແລ້ວກໍຖືກໂຍນລົງໃນໄຟທີ່ກໍາລັງລຸກຢູ່. (ສ່ວນສັດໂຕອື່ນໆກໍຖືກຢຶດອຳນາດໄປໝົດ, ແຕ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ຕໍ່ໄປອີກຊົ່ວໄລຍະໜຶ່ງ).
“ໃນນິມິດຂອງຂ້າພະເຈົ້າໃນຄືນນັ້ນ ຂ້າພະເຈົ້າໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າກໍມີຜູ້ໜຶ່ງຄ້າຍຄືກັບບຸດມະນຸດ, ພຣະອົງກໍາລັງມາພ້ອມດ້ວຍໝູ່ເມກແຫ່ງສະຫວັນ. ພຣະອົງໄດ້ເຂົ້າມາໃກ້ອົງຜູ້ດຳລົງຢູ່ຕັ້ງແຕ່ດຶກດຳບັນ ແລະ ຖືກນໍາເຂົ້າໄປໃນບ່ອນສະຖິດຂອງພຣະອົງ. ພຣະອົງໄດ້ຮັບສິດອຳນາດ, ສະຫງ່າລາສີ ແລະ ອຳນາດປົກຄອງສູງສຸດ; ຄົນທຸກຊາດ ແລະ ທຸກພາສາໄດ້ນະມັດສະການພຣະອົງ. ອຳນາດຂອງພຣະອົງດຳລົງຢູ່ຕະຫລອດໄປ ອຳນາດທີ່ຈະບໍ່ມີວັນສິ້ນສຸດ ແລະ ອານາຈັກຂອງພຣະອົງຈະບໍ່ມີວັນຖືກທຳລາຍ.
ຄວາມຫມາຍຂອງຄວາມຝັນ
“ຂ້າພະເຈົ້າດານີເອນທຸກໃຈຫລາຍ ແລະ ນິມິດທີ່ຜ່ານເຂົ້າມາໃນຈິດໃຈຂອງຂ້າພະເຈົ້ານັ້ນກໍລົບກວນຂ້າພະເຈົ້າ. ຂ້າພະເຈົ້າໄດ້ເຂົ້າໄປໃກ້ຜູ້ໜຶ່ງທີ່ຢືນຢູ່ທີ່ນັ້ນ ແລະ ຂໍໃຫ້ເພິ່ນອະທິບາຍຄວາມຫມາຍຂອງສິ່ງທັງໝົດນີ້.
“ດັ່ງນັ້ນ ເພິ່ນຈຶ່ງໄດ້ບອກຂ້າພະເຈົ້າ ແລະ ໃຫ້ຄຳອະທິບາຍກ່ຽວກັບສິ່ງເຫລົ່ານີ້ແກ່ຂ້າພະເຈົ້າວ່າ: ‘ສັດໃຫຍ່ທັງສີ່ໂຕແມ່ນກະສັດທັງສີ່ທີ່ຈະຮຸ່ງເຮືອງຂຶ້ນໃນແຜ່ນດິນໂລກ. ແຕ່ປະຊາຊົນບໍລິສຸດຂອງອົງຜູ້ສູງສຸດຈະໄດ້ຮັບອານາຈັກ ແລະ ຄອບຄອງຕະຫລອດໄປເປັນນິດ’.
“ຫລັງຈາກນັ້ນ ຂ້າພະເຈົ້າກໍຢາກຮູ້ຄວາມຫມາຍຂອງສັດໂຕທີສີ່, ເຊິ່ງແຕກຕ່າງຈາກສັດໂຕອື່ນໆ ແລະ ເປັນຕາຢ້ານທີ່ສຸດ, ພ້ອມທັງມີແຂ້ວເຫລັກ ແລະ ມີເລັບທອງສຳຣິດ ມັນຫຍ້ຳເຫຍື່ອຂອງມັນ ແລະ ກືນກິນເຫຍື່ອຂອງມັນ ແລ້ວຢຽບຢໍ່າສ່ວນອື່ນໆທີ່ເຫລືອ. ແລະ ຂ້າພະເຈົ້າຍັງຢາກຮູ້ກ່ຽວກັບເຂົາທັງສິບທີ່ຢູ່ເທິງຫົວຂອງມັນ ແລະ ເຂົາອີກອັນໜຶ່ງທີ່ໂຜ່ຂຶ້ນມາ, ເຮັດໃຫ້ສາມເຂົາຖືກຖອນອອກໄປ, ເຂົານັ້ນເບິ່ງໂດດເດັ່ນກວ່າເຂົາອື່ນໆ ແລະ ມັນມີຕາກັບມີປາກທີ່ເວົ້າໂອ້ອວດ. ໃນຂະນະທີ່ຂ້າພະເຈົ້າເບິ່ງຢູ່ນັ້ນ, ເຂົານີ້ກໍກໍາລັງເຮັດສົງຄາມກັບປະຊາຊົນບໍລິສຸດ ແລະ ໄດ້ຊະນະພວກເຂົາ. ຈົນອົງຜູ້ດຳລົງຢູ່ຕັ້ງແຕ່ດຶກດຳບັນໄດ້ມາ ແລະ ປະກາດຄຳຕັດສິນໃຫ້ປະຊາຊົນບໍລິສຸດຂອງອົງຜູ້ສູງສຸດຊະນະ ແລະ ເປັນເວລາທີ່ພວກເຂົາໄດ້ຄອບຄອງອານາຈັກ.
“ເພິ່ນໄດ້ອະທິບາຍໃຫ້ຂ້າພະເຈົ້າຟັງດັ່ງນີ້: ‘ສັດໂຕທີສີ່ແມ່ນອານາຈັກທີສີ່ທີ່ຈະເກີດຂຶ້ນເທິງແຜ່ນດິນໂລກ. ອານາຈັກນີ້ຈະແຕກຕ່າງຈາກອານາຈັກອື່ນໆທັງໝົດ ແລະ ຈະທຳລາຍແຜ່ນດິນໂລກທັງໝົດ, ແລ້ວຢຽບຢໍ່າລົງ ແລະ ເຮັດໃຫ້ໝຸ່ນ. ເຂົາສິບເຂົາແມ່ນກະສັດສິບຄົນທີ່ຈະມາຈາກອານາຈັກນີ້. ພາຍຫລັງມາກໍຈະມີກະສັດອີກຄົນໜຶ່ງຂຶ້ນມາ, ເຊິ່ງແຕກຕ່າງຈາກກະສັດຄົນກ່ອນໆ; ເພິ່ນຈະໂຄ່ນລົ້ມກະສັດສາມຄົນນັ້ນລົງ. ກະສັດຄົນນີ້ຈະກ່າວຕໍ່ສູ້ອົງຜູ້ສູງສຸດ ແລະ ກົດຂີ່ຂົ່ມເຫັງປະຊາຊົນບໍລິສຸດຂອງພຣະເຈົ້າ ແລະ ຈະພະຍາຍາມປ່ຽນແປງກຳນົດເວລາ ແລະ ກົດບັນຍັດ. ປະຊາຊົນບໍລິສຸດຂອງພຣະເຈົ້າຈະຕົກຢູ່ໃນກຳມືຂອງກະສັດຄົນນີ້ຕະຫລອດໜຶ່ງວາລະ ແລະ ເຄິ່ງວາລະ.2
“ ‘ແຕ່ການພິຈາລະນາຄະດີຈະເລີ່ມຂຶ້ນແລ້ວ ແລະ ອຳນາດຂອງກະສັດຈະຖືກນຳອອກໄປ ແລ້ວຈະຖືກທຳລາຍລ້າງໄປຈົນໝົດສິ້ນ. ຫລັງຈາກນັ້ນ ປະຊາຊົນຂອງອົງຜູ້ສູງສຸດຈະໄດ້ຮັບສິດທິຄອບຄອງອຳນາດສູງສຸດ ແລະ ຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດທົ່ວໃຕ້ຟ້າສະຫວັນ, ອານາຈັກຂອງພຣະເຈົ້າຈະເປັນອານາຈັກທີ່ໝັ້ນຄົງຕະຫລອດໄປ ແລະ ບັນດາຜູ້ມີອຳນາດປົກຄອງທັງໝົດຈະນະມັດສະການ ແລະ ເຊື່ອຟັງພຣະອົງ’.
“ຈົບເລື່ອງລາວພຽງເທົ່ານີ້. ແລ້ວຂ້າພະເຈົ້າດານີເອນກໍທຸກໃຈຫລາຍຂຶ້ນເພາະຄວາມຄິດຕ່າງໆຂອງຂ້າພະເຈົ້າ ແລະ ໃບໜ້າຂອງຂ້າພະເຈົ້າຊີດໄປ ແຕ່ຂ້າພະເຈົ້າໄດ້ເກັບເລື່ອງນີ້ໄວ້ກັບຕົນເອງ”.
Source notes (2)
- Footnote ຫລືເທວະດາ
- Footnote ຫລື ໜຶ່ງປີ, ສອງປີ ແລະ ເຄິ່ງປີ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.