Skip to content
BibleKenya

Biblica® Open Lao Contemporary Version

ດານີເອນ 1

ການ​ຝຶກຝົນ​ຂອງ​ດານີເອນ​ໃນ​ບາບີໂລນ

ໃນ​ປີ​ທີ​ສາມ​ຂອງ​ການ​ປົກຄອງ​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ມາ​ທີ່​ເຢຣູຊາເລັມ ແລະ ອ້ອມ​ເມືອງ​ໄວ້. ແລະ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ, ພ້ອມ​ທັງ​ເຄື່ອງໃຊ້​ບາງ​ຢ່າງ​ຈາກ​ວິຫານ​ຂອງ​ພຣະເຈົ້າ​ໄວ້​ໃນ​ມື​ຂອງ​ເພິ່ນ. ເນບູກາດເນັດຊາ​ໄດ້​ນຳ​ເອົາ​ສິ່ງ​ເຫລົ່ານີ້​ໄປ​ທີ່​ວິຫານ​ຂອງ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ1 ແລະ ໄດ້​ເກັບ​ໄວ້​ໃນ​ຄັງ​ຊັບສົມບັດ​ຂອງ​ພະ​ຂອງ​ຕົນ.

ແລ້ວ​ກະສັດ​ໄດ້​ສັ່ງ​ອັດຊະເປນັດ ຜູ້​ທີ່​ເປັນ​ຫົວໜ້າ​ຂ້າລາຊະການ​ໃນ​ວັງ​ຂອງ​ຕົນ, ໃຫ້​ນໍາ​ເອົາ​ຊາວ​ອິດສະຣາເອນ​ບາງ​ຄົນ​ມາ​ຈາກ​ເຊື້ອສາຍ​ຂອງ​ກະສັດ ແລະ ຢູ່​ໃນ​ຕະກຸນ​ຂຸນນາງ​ເພື່ອ​ຮັບ​ໃຊ້​ກະສັດ. ຊາຍ​ໜຸ່ມ​ທີ່​ມີ​ບໍ່​ຂໍ້​ບົກຜ່ອງ​ທາງ​ຮ່າງກາຍ, ງາມ, ສະຫລາດ​ພ້ອມ​ທີ່​ຈະ​ຮຽນ​ຮູ້, ໄດ້​ຮັບ​ການ​ສຶກສາ​ອົບຮົມ​ມາ​ເປັນ​ຢ່າງ​ດີ, ມີ​ໄຫວພິບ​ດີ ແລະ ຄຸນສົມບັດ​ເໝາະສົມ​ທີ່​ຈະ​ຮັບໃຊ້​ໃນ​ວັງ​ຂອງ​ກະສັດ. ໃຫ້​ອັດຊະເປນັດ​ສອນ​ພາສາ ແລະ ວັນນະຄະດີ​ຂອງ​ຊາວ​ບາບີໂລນ2​ໃຫ້​ແກ່​ພວກເຂົາ. ກະສັດ​ໄດ້​ຈັດ​ອາຫານ ແລະ ເຫລົ້າ​ອະງຸ່ນ​ຈາກ​ໂຕະ​ອາຫານ​ຂອງ​ກະສັດ​ໃຫ້​ພວກເຂົາ​ໃນ​ແຕ່​ລະ​ມື້ ແລະ ພວກເຂົາ​ຕ້ອງ​ໄດ້​ຮັບ​ການ​ຝຶກຝົນ​ເປັນ​ເວລາ​ສາມ​ປີ, ແລ້ວ​ຫລັງ​ຈາກ​ນັ້ນ ພວກເຂົາ​ຈະ​ຕ້ອງ​ເຂົ້າ​ມາ​ຮັບໃຊ້​ກະສັດ.

ໃນ​ບັນດາ​ຜູ້​ທີ່​ຖືກ​ເລືອກ​ເຫລົ່ານັ້ນ ບາງ​ຄົນ​ຈາກ​ຢູດາຍ​ມີ​ດັ່ງນີ້: ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ. ຫົວໜ້າ​ຂ້າລາຊະການ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ພວກເຂົາ​ດັ່ງນີ້: ດານີເອນ​ມີ​ຊື່​ວ່າ​ເບັນເຕຊັດຊາເຣ, ຮານານີຢາ​ມີ​ຊື່​ວ່າ​ຊັດຣາກ, ມີຊາເອນ​ມີ​ຊື່​ວ່າ​ເມຊາກ ແລະ ອາຊາຣີຢາ​ມີ​ຊື່​ວ່າ​ອາເບັດເນໂກ.

ແຕ່​ດານີເອນ​ໄດ້​ຕັ້ງໃຈ​ວ່າ​ຈະ​ບໍ່​ຍອມ​ໃຫ້​ຕົນ​ເອງ​ເປັນມົນທິນ​ຍ້ອນ​ອາຫານ ແລະ ເຫລົ້າ​ອະງຸ່ນ​ຂອງ​ກະສັດ, ແລ້ວ​ລາວ​ຈຶ່ງ​ຂໍ​ອະນຸຍາດ​ຈາກ​ຫົວໜ້າ​ຂ້າລາຊະການ​ທີ່​ຈະ​ບໍ່​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ໃນ​ເລື່ອງ​ນີ້. ບັດນີ້ ພຣະເຈົ້າ​ກໍ​ໄດ້​ເຮັດ​ໃຫ້​ຫົວໜ້າ​ຂ້າລາຊະການ​ນັ້ນ​ພໍໃຈ ແລະ ເຫັນ​ໃຈ​ດານີເອນ, ລາວ​ຈຶ່ງ​ບອກ​ດານີເອນ​ວ່າ, “ຂ້ອຍ​ຢ້ານ​ກະສັດ​ຜູ້​ເປັນ​ເຈົ້ານາຍ​ຂອງ​ຂ້ອຍ, ເຊິ່ງ​ເປັນ​ຜູ້​ຈັດ​ອາຫານ ແລະ ເຄື່ອງດື່ມ​ໃຫ້​ພວກເຈົ້າ. ຖ້າ​ຂ້ອຍ​ປ່ອຍ​ໃຫ້​ເພິ່ນ​ເຫັນ​ພວກເຈົ້າ​ເບິ່ງ​ບໍ່​ງາມ​ກວ່າ​ຊາຍ​ໜຸ່ມ​ຄົນ​ອື່ນ​ໄວ​ດຽວ​ກັນ​ກັບ​ພວກເຈົ້າ? ກະສັດ​ອາດ​ຈະ​ຕັດ​ຫົວ​ຂອງ​ຂ້ອຍ​ເພາະ​ພວກເຈົ້າ”.

ແລ້ວ​ດານີເອນ​ຈຶ່ງ​ບອກ​ຄົນ​ຍາມ ເຊິ່ງ​ເປັນ​ຫົວໜ້າ​ຂ້າລາຊະການ​ທີ່ໄດ້​ແຕ່ງຕັ້ງ​ໃຫ້​ຮັບຜິດຊອບ​ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ​ວ່າ, “ຂໍ​ທົດລອງ​ຜູ້ຮັບໃຊ້​ຂອງ​ທ່ານ​ເປັນ​ເວລາ​ສິບ​ວັນ​ຄື: ຢ່າ​ເອົາ​ຫຍັງ​ໃຫ້​ພວກເຮົາ ນອກຈາກ​ຜັກ​ເພື່ອ​ກິນ ແລະ ນ້ຳ​ເພື່ອ​ດື່ມ. ແລ້ວ​ຈົ່ງ​ປຽບທຽບ​ໜ້າຕາ​ຂອງ​ພວກເຮົາ​ກັບ​ຊາຍ​ໜຸ່ມ​ທີ່​ກິນ​ອາຫານ​ຂອງ​ກະສັດ, ຫລັງ​ຈາກ​ນັ້ນ ຂໍ​ໃຫ້​ທ່ານ​ປະຕິບັດ​ຕໍ່​ຜູ້ຮັບໃຊ້​ຂອງ​ທ່ານ​ຕາມ​ທີ່​ທ່ານ​ເຫັນ​ສົມຄວນ”. ດັ່ງນັ້ນ ຄົນ​ຍາມ​ກໍ​ໄດ້​ຕົກລົງ​ຕາມ​ນີ້ ແລະ ໃຫ້​ພວກເຂົາ​ທົດລອງ​ເປັນ​ເວລາ​ສິບ​ວັນ.

ເມື່ອ​ຄົບ​ສິບ​ແລ້ວ ກໍ​ປາກົດ​ວ່າ​ພວກເຂົາ​ມີ​ສຸຂະພາບ​ດີ ແລະ ໄດ້​ຮັບ​ການ​ບຳລຸງລ້ຽງ​ດີ​ກວ່າ​ຊາຍ​ໜຸ່ມ​ທີ່​ກິນ​ອາຫານ​ຂອງ​ກະສັດ. ດັ່ງນັ້ນ ຄົນ​ຍາມ​ຈຶ່ງ​ງົດ​ໃຫ້​ອາຫານ ແລະ ເຫລົ້າ​ອະງຸ່ນ​ແກ່​ພວກເຂົາ ແຕ່​ໄດ້​ເອົາ​ຜັກ​ໃຫ້​ພວກເຂົາ.

ພຣະເຈົ້າ​ໄດ້​ໃຫ້​ຊາຍ​ໜຸ່ມ​ທັງ​ສີ່​ຄົນ​ເຫລົ່ານີ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າໃຈ​ໃນ​ດ້ານ​ວັນນະຄະດີ ແລະ ການ​ຮຽນ​ຮູ້​ທຸກ​ຢ່າງ. ແລ້ວ​ດານີເອນ​ນັ້ນ​ກໍ​ສາມາດ​ເຂົ້າໃຈ​ນິມິດ ແລະ ຄວາມ​ຝັນ​ທຸກ​ປະເພດ.

ເມື່ອ​ຄົບ​ກຳນົດ​ຕາມ​ທີ່​ກະສັດ​ຕ້ອງ​ສັ່ງ​ໃຫ້​ນໍາ​ເອົາ​ພວກເຂົາ​ເຂົ້າ​ມາ​ຮັບໃຊ້​ເພິ່ນ, ຂ້າລາຊະການ​ກໍ​ໄດ້​ນຳເອົາ​ພວກເຂົາ​ທັງໝົດ​ເຂົ້າ​ພົບ​ກະສັດ​ເນບູກາດເນັດຊາ. ກະສັດ​ໄດ້​ສົນທະນາ​ກັບ​ພວກເຂົາ ແລະ ເພິ່ນ​ກໍ​ພົບ​ວ່າ​ບໍ່​ມີ​ຊາຍ​ໜຸ່ມ​ຄົນ​ໃດ​ທຽບເທົ່າ​ກັບ​ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາຣີຢາ​ໄດ້; ດັ່ງນັ້ນ ພວກເຂົາ​ສີ່​ຄົນ​ຈຶ່ງ​ໄດ້​ເຂົ້າ​ໄປ​ຮັບໃຊ້​ກະສັດ. ກະສັດ​ໄດ້​ຖາມ​ພວກເຂົາ​ທຸກ​ເລື່ອງ​ໃນ​ດ້ານ​ສະຕິປັນຍາ ແລະ ຄວາມ​ເຂົ້າໃຈ, ເພິ່ນ​ກໍ​ພົບ​ວ່າ​ພວກເຂົາ​ດີ​ເດັ່ນ​ກວ່າ​ພວກ​ນັກຫລິ້ນ​ອາຄົມ ແລະ ພວກ​ນັກຫລິ້ນ​ເວດມົນ​ໃນ​ທົ່ວ​ອານາຈັກ​ຂອງ​ເພິ່ນ​ເຖິງ​ສິບ​ເທົ່າ.

ແລ້ວ​ດານີເອນ​ກໍ​ໄດ້​ຮັບໃຊ້​ຢູ່​ທີ່​ນັ້ນ​ຕະຫລອດ​ມາ​ຈົນ​ເຖິງ​ປີ​ທີ​ໜຶ່ງ​ແຫ່ງ​ການ​ປົກຄອງ​ຂອງ​ກະສັດ​ໄຊຣັດ.

Source notes (2)
  1. Footnote ພາສາ​ເຮັບເຣີ​ວ່າ ຊີນາ
  2. Footnote ຫລື ຊາວ​ຄານເດອາ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.