Biblica® Open Lao Contemporary Version
ກິດຈະການ 26
ແລ້ວອັກຄຣີປາຈຶ່ງກ່າວກັບໂປໂລວ່າ, “ເຈົ້າໄດ້ຮັບອະນຸຍາດໃຫ້ເວົ້າແກ້ຄະດີຂອງເຈົ້າເອງ”.
ດັ່ງນັ້ນ ໂປໂລຈຶ່ງໂບກມືຂອງຕົນ ແລະ ເລີ່ມແກ້ຄະດີວ່າ: “ຂ້າແດ່ກະສັດອັກຄຣີປາ, ຂ້ານ້ອຍຂໍຖືເປັນໂອກາດດີທີ່ໄດ້ຢືນຢູ່ຕໍ່ໜ້າທ່ານວັນນີ້ເພື່ອແກ້ຂໍ້ກ່າວຫາທັງຫລາຍຂອງພວກຢິວ, ທີ່ຂ້ານ້ອຍຮູ້ສຶກເຊັ່ນນີ້ກໍເພາະທ່ານຮູ້ຈັກທຳນຽມ ແລະ ຂໍ້ຂັດແຍ້ງຕ່າງໆທັງຫລາຍຂອງຊາວຢິວເປັນຢ່າງດີ. ເຫດສະນັ້ນ, ຂໍໃຫ້ທ່ານອົດທົນຟັງຂ້ານ້ອຍສາ.
“ພວກຢິວທຸກຄົນຮູ້ແນວທາງການດຳເນີນຊີວິດຂອງຂ້ານ້ອຍມາຕັ້ງແຕ່ຂ້ານ້ອຍຍັງເປັນເດັກນ້ອຍ, ນັບຕັ້ງແຕ່ກຳເນີດໃນບ້ານເມືອງຂອງຂ້ານ້ອຍເອງ ແລະ ທັງໃນນະຄອນເຢຣູຊາເລັມເໝືອນກັນ. ພວກເຂົາໄດ້ຮູ້ຈັກຂ້ານ້ອຍມາດົນນານແລ້ວ ແລະ ສາມາດເປັນພະຍານໄດ້ຖ້າພວກເຂົາເຕັມໃຈ, ວ່າຂ້ານ້ອຍປະຕິບັດຕາມນິກາຍທີ່ເຄັ່ງຄັດທີ່ສຸດໃນສາສະໜາຂອງພວກຂ້ານ້ອຍ, ຄືດຳເນີນຊີວິດໃນຖານະຟາຣີຊາຍຄົນໜຶ່ງ. ແລະ ບັດນີ້ ທີ່ຂ້ານ້ອຍຖືກສືບສວນໃນວັນນີ້ກໍເພາະຂ້ານ້ອຍມີຄວາມຫວັງໃນສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ກັບບັນດາບັນພະບຸລຸດຂອງພວກຂ້ານ້ອຍ. ເປັນຄຳສັນຍາທີ່ພວກຂ້ານ້ອຍສິບສອງຕະກຸນຫວັງວ່າຈະເປັນຈິງຂະນະທີ່ພວກເຂົາຮ້ອນຮົນບົວລະບັດພຣະເຈົ້າທັງກາງເວັນ ແລະ ກາງຄືນ. ຂ້າແດ່ກະສັດອັກຄຣີປາ, ເພາະຄວາມຫວັງນີ້ເອງພວກຢິວເຫລົ່ານີ້ຈຶ່ງກ່າວຫາຂ້ານ້ອຍ. ດ້ວຍເຫດໃດ ພວກທ່ານຈຶ່ງເຫັນວ່າເປັນໄປບໍ່ໄດ້ທີ່ພຣະເຈົ້າຈະເຮັດໃຫ້ຄົນຕາຍເປັນຄືນມາຈາກຕາຍ?
“ຂ້ານ້ອຍເອງກໍເຄີຍເຊື່ອວ່າ ຈະຕ້ອງເຮັດທຸກວິທີເທົ່າທີ່ເປັນໄປໄດ້ເພື່ອຕໍ່ຕ້ານນາມຂອງພຣະເຢຊູເຈົ້າຊາວນາຊາເຣັດ. ແລະ ນັ້ນແຫລະຄືສິ່ງທີ່ຂ້ານ້ອຍໄດ້ເຮັດໃນເຢຣູຊາເລັມ. ຂ້ານ້ອຍໄດ້ຈັບຄົນຂອງພຣະເຈົ້າຫລາຍຄົນເຂົ້າຄຸກ ໂດຍອາໄສສິດອຳນາດຂອງບັນດາຫົວໜ້າປະໂລຫິດ ແລະ ເມື່ອພວກເຂົາຖືກຂ້າ, ຂ້ານ້ອຍກໍເຫັນພ້ອມດ້ວຍ. ຫລາຍຄັ້ງຂ້ານ້ອຍໄປຕາມທຳມະສາລາຕ່າງໆເພື່ອລົງໂທດພວກເຂົາ ແລະ ພະຍາຍາມບີບບັງຄັບໃຫ້ພວກເຂົາກ່າວຄຳໝິ່ນປະໝາດຕໍ່ພຣະເຈົ້າ. ຂ້ານ້ອຍຄຽດແຄ້ນພວກເຂົາແຮງຈົນວ່າຕາມໄປຂົ່ມເຫັງພວກເຂົາທີ່ເມືອງຕ່າງໆໃນຕ່າງປະເທດ.
“ໃນການເດີນທາງຄັ້ງໜຶ່ງ ຂ້ານ້ອຍກຳລັງຈະໄປຍັງເມືອງດາມັສກັດ ໂດຍໄດ້ຮັບສິດອຳນາດ ແລະ ການມອບໝາຍຈາກມະຫາປະໂລຫິດ. ກະສັດອັກຄຣີປາທີ່ນັບຖື, ປະມານຕອນທ່ຽງໃນຂະນະທີ່ຢູ່ກາງທາງ ຂ້ານ້ອຍເຫັນແສງສະຫວ່າງຈາກສະຫວັນ ແສງກ້າກວ່າແສງອາທິດ ສ່ອງອ້ອມຂ້ານ້ອຍ ແລະ ຄົນທີ່ເດີນທາງໄປກັບຂ້ານ້ອຍ. ພວກຂ້ານ້ອຍທັງໝົດລົ້ມລົງພື້ນດິນ ແລະ ຂ້ານ້ອຍໄດ້ຍິນສຽງໜຶ່ງກ່າວຕໍ່ຂ້ານ້ອຍເປັນພາສາອາຣາມິກ1ວ່າ, ‘ໂຊໂລ, ໂຊໂລເອີຍ, ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ? ເປັນການຍາກທີ່ເຈົ້າຈະຄັດຄ້ານຄວາມປະສົງຂອງເຮົາ’.
“ແລ້ວຂ້ານ້ອຍຈຶ່ງຖາມວ່າ, ‘ອົງພຣະຜູ້ເປັນເຈົ້າເອີຍ ພຣະອົງເປັນຜູ້ໃດ?’
“ອົງພຣະຜູ້ເປັນເຈົ້າຕອບວ່າ, ‘ເຮົາແມ່ນເຢຊູຜູ້ທີ່ເຈົ້າກຳລັງຂົ່ມເຫັງນັ້ນແຫລະ. ບັດນີ້ຈົ່ງລຸກຂຶ້ນ ແລະ ຢືນຢູ່. ເຮົາໄດ້ປາກົດແກ່ເຈົ້າກໍເພື່ອແຕ່ງຕັ້ງເຈົ້າເປັນຜູ້ຮັບໃຊ້ ແລະ ເປັນພະຍານເຖິງສິ່ງທີ່ເຈົ້າໄດ້ເຫັນກ່ຽວກັບເຮົາ ແລະ ສິ່ງທີ່ເຮົາຈະສະແດງແກ່ເຈົ້າ. ເຮົາຈະຊ່ວຍເຈົ້າໃຫ້ພົ້ນຈາກພີ່ນ້ອງຮ່ວມຊາດຂອງເຈົ້າເອງ ແລະ ຈາກຄົນຕ່າງຊາດ. ເຮົາຈະສົ່ງເຈົ້າໄປຫາພວກເຂົາ ເພື່ອເປີດຕາຂອງພວກເຂົາ ແລະ ນຳພວກເຂົາອອກຈາກຄວາມມືດມາສູ່ຄວາມສະຫວ່າງ ແລະ ຈາກອຳນາດຂອງມານຊາຕານມາຫາພຣະເຈົ້າ ເພື່ອພວກເຂົາຈະໄດ້ຮັບການອະໄພບາບ ແລະ ໄດ້ຢູ່ໃນທ່າມກາງຜູ້ທີ່ໄດ້ຮັບການຊຳລະໃຫ້ບໍລິສຸດໂດຍເຊື່ອໃນເຮົາ’.
“ຫລັງຈາກນັ້ນ ຂ້າແດ່ກະສັດອັກຄຣີປາ ຂ້ານ້ອຍຈຶ່ງບໍ່ຂັດຂືນຕໍ່ນິມິດຈາກສະຫວັນນັ້ນ. ທຳອິດ ຂ້ານ້ອຍໄດ້ປະກາດແກ່ຄົນທັງຫລາຍໃນເມືອງດາມັສກັດ, ຈາກນັ້ນກໍໄດ້ປະກາດແກ່ຄົນທັງຫລາຍໃນນະຄອນເຢຣູຊາເລັມ ແລະ ທົ່ວແຂວງຢູດາຍ ແລະ ແກ່ຄົນຕ່າງຊາດເໝືອນກັນ, ຂ້ານ້ອຍໄດ້ປະກາດວ່າໃຫ້ພວກເຂົາຖິ້ມໃຈເກົ່າເອົາໃຈໃໝ່, ຫັນມາຫາພຣະເຈົ້າ ແລະ ສະແດງໃຫ້ເຫັນການກັບໃຈໃໝ່ດ້ວຍການກະທຳຂອງຕົນ. ດ້ວຍເຫດນີ້ແຫລະ ພວກຢິວຈຶ່ງຈັບກຸມຂ້ານ້ອຍທີ່ເດີ່ນວິຫານ ແລະ ພະຍາຍາມຈະຂ້າຂ້ານ້ອຍ. ແຕ່ພຣະເຈົ້າໄດ້ຊ່ວຍຂ້ານ້ອຍມາຈົນເຖິງທຸກວັນນີ້; ດັ່ງນັ້ນຂ້ານ້ອຍຈຶ່ງໄດ້ມາຢືນຢູ່ທີ່ນີ້ ແລະ ເປັນພະຍານຕໍ່ຜູ້ໃຫຍ່ ແລະ ຜູ້ນ້ອຍ. ຂ້ານ້ອຍບໍ່ໄດ້ເວົ້າເລື່ອງອື່ນໃດນອກເໜືອຈາກສິ່ງທີ່ບັນດາຜູ້ທຳນວາຍ ແລະ ໂມເຊກ່າວໄວ້ວ່າຈະຕ້ອງເກີດຂຶ້ນ, ຄືທີ່ພຣະຄຣິດເຈົ້າ2ຈະຕ້ອງທົນທຸກທໍລະມານ ແລະ, ໃນຖານະທີ່ເປັນຜູ້ທຳອິດທີ່ເປັນຄືນມາຈາກຕາຍ ແລະ ນຳແສງສະຫວ່າງມາສູ່ຄົນຂອງພຣະອົງເອງ ແລະ ຄົນຕ່າງຊາດ”.
ມາເຖິງຕອນນີ້ເຟຊະໂຕກໍຮ້ອງຂຶ້ນຂັດໂປໂລວ່າ, “ໂປໂລເອີຍ! ເຈົ້າເປັນບ້າໄປແລ້ວ, ເຈົ້າຮຽນຫລາຍຈົນເຮັດໃຫ້ເຈົ້າເປັນບ້າ”.
ໂປໂລຕອບວ່າ, “ພະນະທ່ານ ເຟຊະໂຕ ຂ້ານ້ອຍບໍ່ໄດ້ເປັນບ້າ, ສິ່ງທີ່ຂ້ານ້ອຍກຳລັງເວົ້າເປັນຄວາມຈິງ ແລະ ສົມເຫດສົມຜົນ. ກະສັດເອງກໍຮູ້ເລື່ອງເຫລົ່ານີ້ດີ ແລະ ຂ້ານ້ອຍສາມາດຕອບໄດ້ຢ່າງເປີດເຜີຍ. ຂ້ານ້ອຍເຊື່ອວ່າບໍ່ມີຈັກສິ່ງທີ່ພົ້ນຈາກສາຍຕາຂອງກະສັດ, ເພາະສິ່ງເຫລົ່ານີ້ບໍ່ໄດ້ເກີດຂຶ້ນໃນບ່ອນລັບລີ້. ຂ້າແດ່ກະສັດອັກຄຣີປາ ທ່ານເຊື່ອພວກຜູ້ທຳນວາຍບໍ? ຂ້ານ້ອຍຮູ້ວ່າທ່ານເຊື່ອ”.
ແລ້ວອັກຄຣີປາຈຶ່ງເວົ້າກັບໂປໂລວ່າ, “ເຈົ້າຄິດວ່າໃນເວລາສັ້ນໆເທົ່ານີ້ເຈົ້າຈະຊັກຊວນໃຫ້ເຮົາເປັນຄຣິສຕຽນໄດ້ບໍ?”
ໂປໂລຕອບວ່າ, “ບໍ່ວ່າໃນເວລາສັ້ນ ຫລື ຍາວ ຂ້ານ້ອຍກໍອະທິຖານຕໍ່ພຣະເຈົ້າວ່າ ບໍ່ແມ່ນເພື່ອທ່ານເທົ່ານັ້ນແຕ່ຂໍໃຫ້ຄົນທັງຫລາຍທີ່ຟັງຂ້ານ້ອຍກ່າວຢູ່ໃນວັນນີ້ເປັນເໝືອນຂ້ານ້ອຍ, ເວັ້ນໄວ້ແຕ່ການຖືກລ່າມໂສ້ຢ່າງນີ້”.
ກະສັດລຸກຂຶ້ນ, ຜູ້ປົກຄອງ, ນາງເບນີເກ ແລະ ຄົນທັງຫລາຍທີ່ນັ່ງຢູ່ກໍລຸກຂຶ້ນພ້ອມກັບກະສັດ. ຫລັງຈາກພວກເຂົາອອກໄປຈາກຫ້ອງນັ້ນແລ້ວ, ພວກເຂົາເລີ່ມເວົ້າກັນວ່າ, “ຊາຍຄົນນີ້ບໍ່ໄດ້ເຮັດສິ່ງໃດທີ່ສົມຄວນຕ້ອງຮັບໂທດປະຫານຊີວິດ ຫລື ຂັງຄຸກ”.
ອັກຄຣີປາເວົ້າກັບເຟຊະໂຕວ່າ, “ຖ້າຊາຍຄົນນີ້ບໍ່ໄດ້ອຸທອນໄປເຖິງກາຍຊາກໍປ່ອຍລາວໄປໄດ້”.
Source notes (2)
- Footnote ຫລື ພາສາເຮັບເຣີ
- Footnote ຫລື ພຣະເມຊີອາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.