Biblica® Open Lao Contemporary Version
ກິດຈະການ 1
ພຣະເຢຊູເຈົ້າຖືກຮັບຂຶ້ນສູ່ສະຫວັນ
ຮຽນທ່ານເທໂອຟີໂລ, ໃນໜັງສືເຫລັ້ມກ່ອນ, ຂ້າພະເຈົ້າໄດ້ຂຽນກ່ຽວກັບທຸກສິ່ງທີ່ພຣະເຢຊູເຈົ້າໄດ້ເລີ່ມຕົ້ນກະທຳ ແລະ ສັ່ງສອນ ຈົນເຖິງວັນທີ່ພຣະອົງຖືກຮັບຂຶ້ນສູ່ສະຫວັນ, ຫລັງຈາກໄດ້ໃຫ້ຄຳແນະນຳຜ່ານທາງພຣະວິນຍານບໍລິສຸດເຈົ້າແກ່ບັນດາອັກຄະສາວົກທີ່ພຣະອົງໄດ້ເລືອກໄວ້. ຫລັງຈາກທີ່ພຣະອົງໄດ້ທົນທຸກທໍລະມານ, ພຣະອົງກໍໄດ້ສະແດງພຣະອົງແກ່ຄົນເຫລົ່ານັ້ນ ແລະ ໄດ້ໃຫ້ຂໍ້ພິສູດທີ່ເຮັດໃຫ້ມີຄວາມໝັ້ນໃຈຫລາຍປະການວ່າພຣະອົງມີຊີວິດຢູ່. ພຣະອົງໄດ້ປາກົດແກ່ພວກເພິ່ນໃນລະຫວ່າງສີ່ສິບວັນ ແລະ ໄດ້ກ່າວກ່ຽວກັບອານາຈັກຂອງພຣະເຈົ້າ. ຄັ້ງໜຶ່ງ ໃນຂະນະທີ່ພຣະອົງຮ່ວມກິນອາຫານກັບພວກເພິ່ນ, ພຣະອົງໄດ້ໃຫ້ຄຳສັ່ງນີ້ແກ່ພວກເພິ່ນວ່າ: “ຢ່າອອກໄປຈາກເຢຣູຊາເລັມ, ແຕ່ຈົ່ງຖ້າຮັບຂອງປະທານທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ຕາມທີ່ພວກເຈົ້າໄດ້ຍິນເຮົາກ່າວໄວ້. ດ້ວຍວ່າ ໂຢຮັນໄດ້ໃຫ້ບັບຕິສະມາດ້ວຍ1ນ້ຳ ແຕ່ອີກບໍ່ເທົ່າໃດວັນພວກເຈົ້າຈະໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍລິສຸດເຈົ້າ”.
ດັ່ງນັ້ນ ພວກເພິ່ນຈຶ່ງມາເຕົ້າໂຮມກັນຢູ່ອ້ອມພຣະອົງ ແລະ ຖາມພຣະອົງວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງຈະສ້າງອານາຈັກອິດສະຣາເອນຄືນໃໝ່ໃນເວລານີ້ບໍ?”
ພຣະອົງໄດ້ກ່າວກັບພວກເພິ່ນວ່າ, “ບໍ່ແມ່ນໜ້າທີ່ຂອງພວກເຈົ້າທີ່ຈະຮູ້ເວລາ ຫລື ວັນທີ່ພຣະບິດາເຈົ້າໄດ້ກຳນົດໄວ້ດ້ວຍສິດອຳນາດຂອງພຣະອົງແລ້ວ. ແຕ່ພວກເຈົ້າທັງຫລາຍຈະໄດ້ຮັບລິດອຳນາດ ເມື່ອພຣະວິນຍານບໍລິສຸດເຈົ້າມາຢູ່ເທິງພວກເຈົ້າ ແລະ ພວກເຈົ້າຈະເປັນພະຍານຝ່າຍເຮົາໃນເຢຣູຊາເລັມ ແລະ ຕະຫລອດທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະ ຈົນເຖິງສຸດປາຍແຜ່ນດິນໂລກ”.
ຫລັງຈາກພຣະອົງໄດ້ກ່າວດັ່ງນີ້ແລ້ວ, ພຣະອົງກໍຖືກຮັບຂຶ້ນໄປຕໍ່ໜ້າຕໍ່ຕາຂອງພວກເພິ່ນ ແລະ ມີເມກມາປົກຄຸມພຣະອົງໄວ້ຈາກສາຍຕາຂອງພວກເພິ່ນ.
ເມື່ອພວກເພິ່ນກຳລັງແນມເບິ່ງທ້ອງຟ້າໃນຂະນະທີ່ພຣະອົງຂຶ້ນໄປ, ໃນທັນໃດນັ້ນ ມີຊາຍສອງຄົນນຸ່ງຊຸດຂາວຢືນຢູ່ຂ້າງພວກເພິ່ນ. ແລະ ພວກເພິ່ນຈຶ່ງກ່າວວ່າ, “ຊາວຄາລີເລເອີຍ, ດ້ວຍເຫດໃດພວກເຈົ້າຈຶ່ງຢືນເບິ່ງທ້ອງຟ້າຢູ່ບ່ອນນີ້? ພຣະເຢຊູເຈົ້າອົງດຽວກັນນີ້ທີ່ຖືກຮັບໄປຈາກພວກເຈົ້າຂຶ້ນສູ່ສະຫວັນນັ້ນ ຈະກັບຄືນມາອີກໃນແບບດຽວກັນກັບທີ່ພວກທ່ານໄດ້ເຫັນພຣະອົງຂຶ້ນສູ່ສະຫວັນ”.
ເລືອກມັດເທຍຂຶ້ນແທນຢູດາ
ຫລັງຈາກນັ້ນ ພວກອັກຄະສາວົກກໍໄດ້ລົງມາຈາກພູເຂົາທີ່ເອີ້ນວ່າພູເຂົາໝາກກອກ ແລ້ວກັບຄືນໄປທີ່ເຢຣູຊາເລັມ ເຊິ່ງໄລຍະທາງເທົ່າກັບທີ່ອະນຸຍາດໃຫ້ຍ່າງໃນວັນຊະບາໂຕ.2 ເມື່ອພວກເພິ່ນມາເຖິງທີ່ນັ້ນ ພວກເພິ່ນກໍໄດ້ຂຶ້ນໄປທີ່ຫ້ອງພັກຊັ້ນເທິງບ່ອນທີ່ພວກເພິ່ນເຄີຍພັກເຊົາ. ໃນພວກເພິ່ນມີ:
ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ,
ຟີລິບ, ໂທມາ,
ບາຣະໂທໂລມາຍ, ມັດທາຍ,
ຢາໂກໂບລູກຊາຍຂອງອາລະຟາຍ, ຊີໂມນຜູ້ຮັກຊາດ ແລະ ຢູດາລູກຊາຍຂອງຢາໂກໂບ.
ພວກເພິ່ນທັງໝົດໄດ້ຮ່ວມໃຈກັນອະທິຖານຢ່າງສະໝໍ່າສະເໝີໂດຍມີພວກແມ່ຍິງ, ມາຣີແມ່ຂອງພຣະເຢຊູເຈົ້າ ແລະ ພວກນ້ອງຊາຍຂອງພຣະອົງ.
ໃນວັນນັ້ນ ເປໂຕໄດ້ຢືນຂຶ້ນທ່າມກາງບັນດາຜູ້ທີ່ເຊື່ອ (ໂດຍມີປະມານຮ້ອຍຊາວຄົນ) ແລະ ກ່າວວ່າ, “ພີ່ນ້ອງ3ທັງຫລາຍ ພຣະຄຳພີຈະຕ້ອງເປັນຈິງຕາມທີ່ພຣະວິນຍານບໍລິສຸດເຈົ້າໄດ້ກ່າວໄວ້ລ່ວງໜ້າແຕ່ດົນນານມາແລ້ວຜ່ານທາງດາວິດເລື່ອງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ, ລາວເປັນຄົນໜຶ່ງໃນພວກເຮົາ ແລະ ມີສ່ວນຮ່ວມໃນພັນທະກິດນີ້”.
(ຢູດາໄດ້ນຳເງິນທີ່ໄດ້ມາຈາກການເຮັດຊົ່ວຂອງຕົນໄປຊື້ດິນຕອນໜຶ່ງ, ລາວໄດ້ລົ້ມລົງຫົວຟາດພື້ນຢູ່ທີ່ນັ້ນ ເລົາຄີງແຕກໄສ້ໄຫລອອກມາໝົດ. ທຸກຄົນໃນເຢຣູຊາເລັມຕ່າງກໍໄດ້ຍິນເລື່ອງນີ້, ດັ່ງນັ້ນ ພວກເຂົາຈຶ່ງເອີ້ນດິນຕອນນັ້ນຕາມພາສາຂອງຕົນວ່າ, ອະເກັນດາມາ ນັ້ນກໍຄືນາເລືອດ.)
ເປໂຕກ່າວວ່າ, “ເພາະມີຄຳຂຽນໄວ້ໃນໜັງສືເພງສັນລະເສີນວ່າ:
“ ‘ຂໍໃຫ້ທີ່ຢູ່ຂອງລາວຮົກຮ້າງຫວ່າງເປົ່າ,
ຢ່າໃຫ້ມີຜູ້ໃດອາໄສຢູ່ໃນທີ່ນັ້ນ’.4
ແລະ
“ ‘ໃຫ້ຄົນອື່ນຂຶ້ນມາຮັບຕຳແໜ່ງແທນລາວ’.5
ເຫດສະນັ້ນ ຈຶ່ງຈຳເປັນຕ້ອງເລືອກເອົາຄົນໜຶ່ງໃນຈຳນວນຜູ້ຊາຍທີ່ໄດ້ຢູ່ກັບພວກເຮົາຕະຫລອດຊ່ວງທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ຢູ່ກັບພວກເຮົາ, ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນຈົນເຖິງເວລາທີ່ພຣະເຢຊູເຈົ້າຖືກຮັບຂຶ້ນໄປຈາກພວກເຮົາ. ເພາະສິ່ງເຫລົ່ານີ້ຈະຕ້ອງເປັນພະຍານຮ່ວມກັບພວກເຮົາເຖິງການເປັນຄືນມາຈາກຕາຍຂອງພຣະອົງ”.
ດັ່ງນັ້ນ ພວກເພິ່ນຈຶ່ງໄດ້ສະເໜີຊາຍສອງຄົນຄື: ໂຢເຊັບ ທີ່ເອີ້ນວ່າບາຣະຊັບບາ (ແລະ ມີອີກຊື່ໜຶ່ງວ່າຢູສະໂຕ) ແລະ ມັດເທຍ. ຫລັງຈາກນັ້ນ ພວກເພິ່ນກໍອະທິຖານວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ຈິດໃຈຂອງທຸກຄົນ. ຂໍສະແດງໃຫ້ພວກເຮົາເຫັນວ່າພຣະອົງໄດ້ເລືອກເອົາຄົນໃດໃນສອງຄົນນີ້ ເພື່ອຮັບໜ້າທີ່ພັນທະກິດຂອງອັກຄະສາວົກ ເຊິ່ງຢູດາໄດ້ປະຖິ້ມແລ້ວໄປສູ່ບ່ອນຂອງຕົນ”. ແລ້ວພວກເພິ່ນກໍໄດ້ຈັບສະຫລາກ ແລະ ສະຫລາກນີ້ໄດ້ຕົກຖືກມັດເທຍ, ດັ່ງນັ້ນ ລາວຈຶ່ງຖືກຮວມເຂົ້າກັບພວກອັກຄະສາວົກສິບເອັດຄົນ.
Source notes (5)
- Footnote ຫລື ໃນ
- Footnote ຄືປະມານ 1 ກິໂລແມັດ
- Footnote ພາສາກຣີກ ສຳລັບພີ່ນ້ອງ ແມ່ນໝາຍເຖິງຜູ້ທີ່ເຊື່ອທັງຜູ້ຊາຍ ແລະ ແມ່ຍິງ ເປັນສ່ວນໜຶ່ງຂອງຄອບຄົວຂອງພຣະເຈົ້າ
- Footnote ພສສ 69:25
- Footnote ພສສ 109:8
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.