Biblica® Open Lao Contemporary Version
1 ຕີໂມທຽວ 1
ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູໂດຍຄຳສັ່ງຂອງພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ຂອງພຣະຄຣິດເຈົ້າເຢຊູຜູ້ເປັນຄວາມຫວັງຂອງພວກເຮົາ,
ເຖິງຕີໂມທຽວລູກແທ້ຂອງເຮົາໃນຄວາມເຊື່ອ.
ຂໍໃຫ້ພຣະຄຸນ, ຄວາມເມດຕາ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາ ແລະ ພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາມີແກ່ເຈົ້າ.
ຕີໂມທຽວຖືກກ່າວຫາວ່າຕໍ່ຕ້ານຄູສອນປອມ
ຕາມທີ່ເຮົາໄດ້ຂໍຮ້ອງເຈົ້າເມື່ອເຮົາໄປຍັງແຂວງມາເກໂດເນຍວ່າ, ໃຫ້ເຈົ້າຢູ່ທີ່ເອເຟໂຊເພື່ອວ່າເຈົ້າຈະໄດ້ສັ່ງບາງຄົນບໍ່ໃຫ້ສອນຫລັກຂໍ້ເຊື່ອທີ່ຜິດອີກຕໍ່ໄປ ທັງບໍ່ໃຫ້ໝົກໝົ້ນຕົນເອງຢູ່ກັບນິຍາຍຕ່າງໆ ແລະ ເຊື້ອສາຍອັນບໍ່ຮູ້ສິ້ນສຸດ. ເຊິ່ງເປັນການຄາດຄະເນໄປຫລາຍກວ່າຈະສົ່ງເສີມກິດຈະການຂອງພຣະເຈົ້າໂດຍຄວາມເຊື່ອ. ເປົ້າໝາຍຂອງຄຳສັ່ງນີ້ຄືຄວາມຮັກ ເຊິ່ງມາຈາກໃຈບໍລິສຸດ, ຈາກຈິດສຳນຶກທີ່ດີ ແລະ ຈາກຄວາມເຊື່ອຢ່າງຈິງໃຈ. ມີບາງຄົນໄດ້ຫລົງເສຍໄປຈາກສິ່ງເຫລົ່ານີ້ ແລະ ຫັນໄປເວົ້າແບບໄຮ້ສາລະ. ພວກເຂົາຢາກຈະເປັນຄູສອນກົດບັນຍັດໂດຍທີ່ບໍ່ຮູ້ວ່າຕົນເອງກຳລັງເວົ້າອັນໃດ ຫລື ຢືນຢັນຢ່າງໜັກແໜ້ນເຖິງເລື່ອງອັນໃດ.
ພວກເຮົາຮູ້ຢູ່ວ່າກົດບັນຍັດນັ້ນດີຖ້ານຳໄປໃຊ້ໃນທາງທີ່ຖືກຕ້ອງ. ພວກເຮົາກໍຮູ້ເໝືອນກັນວ່າກົດບັນຍັດບໍ່ໄດ້ມີເພື່ອຜູ້ຊອບທຳ ແຕ່ມີເພື່ອຄົນທີ່ລະເມີດກົດ ແລະ ຄົນທີ່ກະບົດ, ຄົນອະທຳ ແລະ ຄົນບາບ, ຄົນບໍ່ບໍລິສຸດ ແລະ ຄົນທີ່ບໍ່ເຊື່ອພຣະເຈົ້າ, ຄົນຂ້າພໍ່ຂ້າແມ່, ຄົນຂ້າຄົນ, ຄົນຜິດສິນທຳທາງເພດ ແລະ ບັນດາຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດກັບຄົນຂີ້ຕົວະ ແລະ ຄົນໃຫ້ຄຳພະຍານບໍ່ຈິງ ແລະ ສິ່ງອື່ນອີກທີ່ຂັດກັບຄຳສອນອັນມີຫລັກ. ເຊິ່ງສອດຄ່ອງກັບຂ່າວປະເສີດອັນຮຸ່ງເຮືອງຂອງພຣະເຈົ້າຜູ້ເປັນທີ່ສັນລະເສີນ, ຄືຂ່າວປະເສີດທີ່ພຣະອົງໄດ້ມອບໝາຍໃຫ້ແກ່ເຮົານີ້.
ພຣະຄຸນຂອງອົງພຣະຜູ້ເປັນເຈົ້າຕໍ່ໂປໂລ
ເຮົາຂອບພຣະຄຸນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ, ຜູ້ໃຫ້ກຳລັງແກ່ເຮົາ, ເພາະພຣະອົງເຫັນວ່າເຮົາສັດຊື່ຈຶ່ງແຕ່ງຕັ້ງເຮົາໃຫ້ຮັບໃຊ້ພຣະອົງ. ເຖິງແມ່ນວ່າຄັ້ງໜຶ່ງເຮົາເຄີຍເປັນຜູ້ໝິ່ນປະໝາດພຣະອົງ, ເປັນຜູ້ຂົ່ມເຫັງ ແລະ ເປັນຜູ້ໃຊ້ຄວາມຮຸນແຮງ, ແຕ່ພຣະອົງເມດຕາເຮົາເພາະເຮົາໄດ້ເຮັດໄປດ້ວຍຄວາມບໍ່ຮູ້ ແລະ ບໍ່ເຊື່ອ. ພຣະຄຸນຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາໄດ້ຖອກເທລົງມາເທິງເຮົາຢ່າງລົ້ນເຫລືອ ພ້ອມດ້ວຍຄວາມເຊື່ອ ແລະ ຄວາມຮັກທີ່ມີຢູ່ໃນພຣະຄຣິດເຈົ້າເຢຊູ.
ນີ້ເປັນຄຳກ່າວທີ່ໜ້າເຊື່ອຖື ເຊິ່ງສົມຄວນແກ່ການຍອມຮັບໂດຍບໍ່ມີຂໍ້ສົງໄສຄື: ພຣະຄຣິດເຈົ້າເຢຊູໄດ້ເຂົ້າມາໃນໂລກເພື່ອຊ່ວຍຄົນບາບທັງຫລາຍໃຫ້ລອດພົ້ນ ແລະ ໃນບັນດາຄົນບາບເຫລົ່ານັ້ນເຮົາເປັນຄົນຊົ່ວທີ່ສຸດ. ແຕ່ເປັນຍ້ອນເຫດຜົນນີ້ເອງຈຶ່ງເມດຕາເຮົາຜູ້ເປັນຄົນຊົ່ວທີ່ສຸດໃນບັນດາຄົນບາບ, ເພື່ອພຣະຄຣິດເຈົ້າເຢຊູຈະໄດ້ສະແດງຄວາມອົດທົນອັນມະຫາສານຂອງພຣະອົງໃຫ້ເປັນຕົວຢ່າງແກ່ຄົນທັງປວງທີ່ຈະເຊື່ອໃນພຣະອົງ ແລະ ຮັບເອົາຊີວິດນິລັນດອນ. ບັດນີ້ ຂໍໃຫ້ກຽດຕິຍົດ ແລະ ສະຫງ່າລາສີຈົ່ງມີແກ່ອົງກະສັດຜູ້ເປັນນິລັນດອນ, ຜູ້ເປັນອົງອະມະຕະ, ຜູ້ເບິ່ງບໍ່ເຫັນດ້ວຍຕາ, ຜູ້ເປັນພຣະເຈົ້າແຕ່ອົງດຽວເທົ່ານັ້ນຕະຫລອດໄປເປັນນິດ. ອາແມນ.
ຂໍ້ກ່າວຫາຕໍ່ຕີໂມທຽວໄດ້ຖືກປ່ຽນໃໝ່
ຕີໂມທຽວລູກຊາຍຂອງເຮົາ, ທີ່ເຮົາກຳລັງສັ່ງເຈົ້າຢ່າງນີ້ ກໍສອດຄ່ອງກັບຄຳເຜີຍພຣະຄຳທີ່ເຄີຍກ່າວໄວ້ກ່ຽວກັບເຈົ້າ, ເພື່ອວ່າເມື່ອເຈົ້າລະນຶກເຖິງຄຳເຫລົ່ານັ້ນ ເຈົ້າກໍຈະສູ້ຮົບໄດ້ດີ, ຈົ່ງຢຶດໝັ້ນໃນຄວາມເຊື່ອ ແລະ ຈິດສຳນຶກອັນດີ ເຊິ່ງມີບາງຄົນໄດ້ປະຕິເສດ ແລະ ເຮັດໃຫ້ຄວາມເຊື່ອຂອງຕົນຫລົ້ມ. ໃນທ່າມກາງຄົນເຫລົ່ານີ້ມີຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້ທີ່ເຮົາໄດ້ມອບໃຫ້ຊາຕານເພື່ອພວກເຂົາຈະໄດ້ຮຽນຮູ້ທີ່ຈະບໍ່ໝິ່ນປະໝາດພຣະເຈົ້າ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.