Biblica® Open Lao Contemporary Version
1 ໂຢຮັນ 4
ກ່ຽວກັບການປະຕິເສດວິນຍານຕ່າງໆ
ເພື່ອນທີ່ຮັກທັງຫລາຍເອີຍ, ຢ່າເຊື່ອໝົດທຸກວິນຍານ ແຕ່ຈົ່ງທົດສອບເບິ່ງວ່າວິນຍານນັ້ນມາຈາກພຣະເຈົ້າ ຫລື ບໍ່, ເພາະມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ. ນີ້ຄືວິທີທີ່ພວກເຈົ້າສາມາດຮັບຮູ້ພຣະວິນຍານຂອງພຣະເຈົ້າຄື: ທຸກວິນຍານທີ່ຍອມຮັບວ່າພຣະເຢຊູຄຣິດເຈົ້າໄດ້ມາບັງເກີດເປັນມະນຸດກໍມາຈາກພຣະເຈົ້າ, ແຕ່ທຸກວິນຍານທີ່ບໍ່ຍອມຮັບພຣະເຢຊູເຈົ້າກໍບໍ່ໄດ້ມາຈາກພຣະເຈົ້າ. ແຕ່ເປັນວິນຍານຂອງຜູ້ຕໍ່ຕ້ານພຣະຄຣິດເຈົ້າ ເຊິ່ງພວກເຈົ້າໄດ້ຍິນວ່າຈະມາ ແລະ ແມ່ນແຕ່ບັດນີ້ກໍຢູ່ໃນໂລກແລ້ວ.
ລູກທີ່ຮັກທັງຫລາຍເອີຍ, ພວກເຈົ້າມາຈາກພຣະເຈົ້າ ແລະ ໄດ້ຊະນະພວກເຂົາເຫລົ່ານັ້ນແລ້ວ, ເພາະວ່າພຣະອົງຜູ້ຢູ່ໃນພວກເຈົ້າກໍຍິ່ງໃຫຍ່ກວ່າຜູ້ນັ້ນທີ່ຢູ່ໃນໂລກ. ພວກເຂົາມາຈາກໂລກ ແລະ ເຫດສະນັ້ນຈຶ່ງເວົ້າຕາມມູມມອງຂອງໂລກ ແລະ ໂລກກໍຟັງພວກເຂົາ. ສ່ວນພວກເຮົາມາຈາກພຣະເຈົ້າ, ຜູ້ໃດກໍຕາມທີ່ຮູ້ຈັກພຣະເຈົ້າກໍຍ່ອມຟັງພວກເຮົາ. ແຕ່ຜູ້ໃດກໍຕາມທີ່ບໍ່ໄດ້ມາຈາກພຣະເຈົ້າຍ່ອມບໍ່ຟັງພວກເຮົາ. ນີ້ຄືວິທີທີ່ພວກເຮົາຮັບຮູ້ວ່າເປັນພຣະວິນຍານ1ແຫ່ງຄວາມຈິງ ແລະ ວິນຍານແຫ່ງຄວາມບໍ່ຈິງ.
ຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພວກເຮົາ
ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກເຊິ່ງກັນແລະກັນ ເພາະຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍໄດ້ເກີດຈາກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜູ້ທີ່ບໍ່ຮັກກໍບໍ່ຮູ້ຈັກພຣະເຈົ້າເພາະພຣະເຈົ້າເປັນຄວາມຮັກ. ນີ້ຄືວິທີທີ່ພຣະເຈົ້າສະແດງຄວາມຮັກຂອງພຣະອົງໃນທ່າມກາງພວກເຮົາທັງຫລາຍຄື: ພຣະອົງໄດ້ສົ່ງພຣະບຸດອົງດຽວຂອງພຣະອົງເຂົ້າມາໃນໂລກເພື່ອພວກເຮົາທັງຫລາຍຈະໄດ້ດຳເນີນຊີວິດຜ່ານທາງພຣະບຸດນັ້ນ. ນີ້ຄືຄວາມຮັກ ບໍ່ແມ່ນວ່າພວກເຮົາໄດ້ຮັກພຣະເຈົ້າ, ແຕ່ພຣະເຈົ້າໄດ້ຮັກພວກເຮົາ ແລະ ໄດ້ສົ່ງພຣະບຸດຂອງພຣະອົງມາເປັນເຄື່ອງບູຊາລຶບລ້າງຄວາມບາບຂອງພວກເຮົາ. ເພື່ອນທີ່ຮັກທັງຫລາຍເອີຍ, ໃນເມື່ອພຣະເຈົ້າຮັກພວກເຮົາຢ່າງນັ້ນແລ້ວ, ພວກເຮົາກໍຄວນຮັກເຊິ່ງກັນແລະກັນເໝືອນກັນ. ບໍ່ມີຜູ້ໃດເຄີຍເຫັນພຣະເຈົ້າ; ແຕ່ຖ້າພວກເຮົາຮັກເຊິ່ງກັນແລະກັນ, ພຣະເຈົ້າກໍດຳລົງຢູ່ໃນພວກເຮົາ ແລະ ຄວາມຮັກຂອງພຣະອົງກໍເຕັມບໍລິບູນໃນພວກເຮົາ.
ນີ້ຄືວິທີທີ່ພວກເຮົາຈະຮູ້ວ່າພວກເຮົາດຳເນີນຊີວິດຢູ່ໃນພຣະອົງ ແລະ ພຣະອົງກໍຢູ່ໃນພວກເຮົາຄື: ພຣະອົງໄດ້ໃຫ້ພຣະວິນຍານຂອງພຣະອົງໃຫ້ແກ່ພວກເຮົາ. ພວກເຮົາໄດ້ເຫັນ ແລະ ໄດ້ເປັນພະຍານວ່າພຣະບິດາເຈົ້າໄດ້ສົ່ງພຣະບຸດຂອງພຣະອົງມາເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງໂລກ. ຖ້າຜູ້ໃດຍອມຮັບວ່າພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າ ພຣະເຈົ້າກໍດຳລົງຢູ່ໃນຜູ້ນັ້ນ ແລະ ພວກເຂົາກໍຢູ່ໃນພຣະເຈົ້າ. ດັ່ງນັ້ນ ພວກເຮົາຈຶ່ງຮູ້ຈັກ ແລະ ເພິ່ງພາໃນຄວາມຮັກທີ່ພຣະເຈົ້າມີຕໍ່ພວກເຮົາ.
ພຣະເຈົ້າເປັນຄວາມຮັກ. ຜູ້ໃດກໍຕາມດຳເນີນຊີວິດຢູ່ໃນຄວາມຮັກກໍດຳເນີນຊີວິດຢູ່ໃນພຣະເຈົ້າ ແລະ ພຣະເຈົ້າຢູ່ພາຍໃນພວກເຂົາ. ນີ້ຄືວິທີທີ່ຈະເຮັດໃຫ້ຄວາມຮັກເຕັມບໍລິບູນໃນທ່າມກາງພວກເຮົາເພື່ອພວກເຮົາຈະມີຄວາມໝັ້ນໃຈໃນວັນພິພາກສາຄື: ໃນໂລກນີ້ພວກເຮົາກໍເປັນເໝືອນພຣະເຢຊູເຈົ້າ. ໃນຄວາມຮັກບໍ່ມີຄວາມຢ້ານ. ແຕ່ຄວາມຮັກທີ່ສົມບູນກໍຂັບໄລ່ຄວາມຢ້ານອອກໄປ ເພາະວ່າຄວາມຢ້ານນັ້ນກ່ຽວຂ້ອງກັບການລົງໂທດ. ຜູ້ທີ່ຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ.
ພວກເຮົາຮັກກໍເພາະພຣະອົງໄດ້ຮັກພວກເຮົາກ່ອນ. ຖ້າຜູ້ໃດເວົ້າວ່າ “ຂ້ານ້ອຍຮັກພຣະເຈົ້າ” ແຕ່ຍັງກຽດຊັງພີ່ນ້ອງຂອງຕົນຢູ່ ຜູ້ນັ້ນກໍເປັນຄົນຂີ້ຕົວະ. ເພາະຜູ້ໃດກໍຕາມບໍ່ຮັກພີ່ນ້ອງຂອງຕົນຜູ້ທີ່ຕົນເບິ່ງເຫັນໄດ້ ກໍບໍ່ສາມາດຮັກພຣະເຈົ້າຜູ້ທີ່ຕົນບໍ່ສາມາດເບິ່ງເຫັນໄດ້. ແລະ ພຣະອົງມອບຄຳສັ່ງນີ້ໄວ້ແກ່ພວກເຮົາວ່າ: ຜູ້ທີ່ຮັກພຣະເຈົ້າຕ້ອງຮັກພີ່ນ້ອງຂອງຕົນເໝືອນກັນ.
Source notes (1)
- Footnote ຫລື ວິນຍານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.